ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນຕີ ວົງຄໍາ ພົມມະກອນ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ


     ໃນວັນທີ 29 ກັນຍາ 2023 ນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ພ້ອມດ້ວຍຄະນະຊ່ຽວຊານຫວຽດນາມ ນໍາໂດຍ ສະຫາຍ ພັນໂທ ຫວງຽນ ຕຽນ ຢຸງ ຫົວໜ້າຫ້ອງໂຄສະນາສຶກສາ ຫໍພິພິທະພັນຫວຽດນາມ
ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວກວດກາຫໍວາງສະແດງຮູບຈໍາລອງກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູອອກຈາກທົ່ງໄຫຫີນ
(18 ພຶດສະພາ 1959) ຢູ່ແຂວງຊຽງຂວາງ ເພື່ອປັບປຸງແກ້ໄຂແບບອານຸສອນສະຖານ ເພື່ອລາຍງານຕໍ່ຂັ້ນເທິງ; ໂຄງການດັ່ງກ່າວແມ່ນເປັນໂຄງ
ການກໍ່ສ້າງຂອງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ມອບໃຫ້ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການ
ຄົບວົງຈອນ ຈໍາກັດ ເປັນຜູ້ອອກແບບ ແລະ ຮັບເໝົາກໍ່ສ້າງ. ເຊິ່ງໜ້າວຽກຂອງໂຄງການກໍ່ສ້າງອານຸສອນສະຖານກອງພັນທີ 2 ຜ່າວົງປິດລ້ອມ
ຂອງສັດຕູ ປະກອບມີທັງໝົດ 15 ໜ້າວຽກ/ໂຄງການ ຄື: ໂຄງການກໍ່ສ້າງວຽກກະກຽມທົ່ວໄປ; ສຳຫຼວດ ແລະ ເກັບກູ້ລະເບີດທີ່ບໍ່ທັນແຕກ;
ທຸບມ້າງປະຕູໂຂງທັງ 2 ຈຸດ; ກໍ່ສ້າງປະຕູໂຂງໃໝ່ພ້ອມຮູບນູນ 2 ຂ້າງເຂົ້າກອງພັນທີ 2 ໃໝ່ 01 ຈຸດ; ມ້າງປະຕູໂຂງໂຕເກົ່າສະໜາມບິນ 702
ທາງນອກອອກພ້ອມສ້າງໂຕໃໝ່ແທນໃສ່ທາງໃນ 01 ຈຸດ; ກໍ່ສ້າງຮົ້ວອ້ອມໜານໝາກຈັບສູງ 1,7 ແມັດ, ຄວາມຍາວ 300 ແມັດໜາມໝາກ
ຈັບ 4 ຮາວ ພ້ອມໄຂ່ວ ຂອງສະໜາມບິນ 702; ກໍ່ສ້າງສ້ອມແປງເດີນປະດັບຊັ້ນ ຂະໜາດ 15x15 ແມັດ; ກໍ່ສ້າງສ້ອມແປງ-ຕົກແຕ່ງຫໍມູນເຊື້ອ
ກອງພັນທີ 2; ແຕ້ມຮູບການຊ່ວຍເຫຼືອລະຫວ່າງ ທະຫານ ກັບ ປະຊາຊົນ ຂະໜາດ 2x4 ແມັດ 10; ຕິດຮູບພາບນັກຮົບກອງພັນທີ 2 ໃສ່ຝາ;
ແຜນວາດໂຄງຮ່າງຈັດຕັ້ງ ກອງພັນທີ 2; ອັດຮູບ ທ່ານ ຢາທໍ່ຕູ້ ແລະ ຄະນະໃສ່ແຜນວາດໂຄງຮ່າງຈັດຕັ້ງ ກອງພັນທີ 2; ຕິດຕັ້ງມາແກັດໂຕໃໝ່
ໃສ່ຫໍມູນເຊື້ອກອງພັນທີ 2; ຈັດພິມລາຍຊື່ນັກຮົບ ກອງພັນທີ 2 ໃສ່ຝາຫ້ອງຫໍມູນເຊື້ອ ແລະ ປູກດອກຄາຍປະດັບເດີ່ນປະດັບຊັ້ນ. ຈຸດປະສົງ
ຂອງໂຄງການກໍ່ສ້າງອານຸສອນສະຖານກອງພັນທີ 2 ຜ່າວົງປິດລ້ອມ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ກໍເພື່ອເປັນບ່ອນວາງສະແດງວີລະກໍາອັນກ້າ
ຫານ ຜົນງານອັນຍິ່ງໃຫຍ່ ແລະ ນໍ້າໃຈອັນພິລະອາດຫານ ການນໍາພາອັນສະຫຼາດສ່ອງໃສຂອງນັກຮົບປະຕິວັດລາວ ກອງພັນທີ 2 ໃນການຜ່ານວົງ
ລ້ອມຂອງສັດຕູອອກຈາກທົ່ງໄຫຫີນໄປສູ່ເຂດທີ່ໝັ້ນປະຕິວັດໄວ້ໃຫ້ລູກຫຼານ, ພໍ່ແມ່ປະຊາຊົນພະ ນັກງານ-ນັກຮົບ ໄດ້ສຶກສາຄົ້ນຄວ້າ ແລະ ຮຽນ
ຮູ້ເຖິງໄຊຊະນະອັນພິລະອາດຫານຂອງກອງທັບປະຊາຊົນປະຕິວັດລາວ.

ແຫຼ່ງຂ່າວໂດຍ ຂັນເພັດ
ວັນທີ 03/10/2023